Love & Love
❤️ ໂຄງການ Love & Love ສ້າງຕັ້ງຂື້ນໃນປີ 2023 ໂດຍທ່ານ ສຸກກະເສີມ ອົບອ້ວນ ໂດຍມີຈຸດປະສົງຢາກສົ່ງຄວາມຮັກ ແລະ ຄວາມຫ່ວງໃຍໃນການສ້າງລະບຽບວິໄນການເງິນທີ່ດີ ໂດຍສົ່ງເສີມໃຫ້ສະມາຊິກຮູ້ຈັກການອອມເງິນ ແລະ ວິທີການບໍລິຫານເງິນ ໃຫ້ເກີດຜົນດີໃນອານາຄົດ : ຮູ້ຈັກວາງແຜນການໃຊ້ຈ່າຍເງິນ ແລະ ຈັດສັນການເງິນ ລວມເຖິງວິທີການລົງທຶນແບບປະຢັດ

ວິທີການ
- ເລີ່ມຕົ້ນງ່າຍໆ ພຽງແຕ່ເກັບສະສົມເງິນ ເລີ່ມຕົ້ນ 70.000 ກີບຕໍ່ເດືອນສະສົມຢູ່ໃນບັນຊີຂອງທ່ານເອງ ເພື່ອສ້າງນິໄສການອອມເງິນທີ່ດີ
ເປົ້າໝາຍຂອງໂຄງການ
- ເພື່ອໃຫ້ສະມາຊິກຮູ້ຄຸນຄ່າ ແລະ ສ້າງລະບຽບວິໄນໃນການອອມເງິນ
- ເພື່ອເປັນຕົວຢ່າງ ແລະ ແຮງຈູງໃຈໃຫ້ສະມາຊິກມີຄວາມສົນໃຈໃນການອອມເງິນຫຼາຍຂຶ້ນ
- ເພື່ອໃຫ້ສະມາຊິກມີຊ່ອງທາງ ແລະ ທາງເລືອກໃນການລົງທຶນຫຼາຍຂຶ້ນ
- ເພື່ອສົ່ງມອບຄວາມຮັກ ແລະ ຄວາມຫ່ວງໃຍ ເຊືອມຄວາມສໍາພັນລະຫວ່າງສະມາຊິກ
ຜົນທີ່ໄດ້ຮັບ
ນິໃສອອມເງິນ
ເມື່ອເຮົາເລີ່ມອອມເງິນສະໝຳ່າສະເໝີໃນທຸກໆເດືອນ ເຮົາຈະຈົນເລີ້ງເຄີຍແລະກາຍໄປເປັນຄົນທີ່ມີນິໃສໃນການອອມເງິນ
ວາງແຜນການໃຊ້ເງິນ
ເຮົາຈະເລີ່ມມີການວາງແຜນການໃຊ້ຈ່າຍເງິນ ເລີ່ມພິຈາລະນາເບິ່ງເງິນເພື່ອຈະມາອອມໄວ້ທຸກໆເດືອນ
ຫຼຸດລາຍຈ່າຍຟຸ່ມເຟືອຍ
ເລີ່ມຕັດລາຍຈ່າຍທີ່ຟຸ້ມເຟືອຍອອກໄປ ແລ້ວເອົາລາຍຈ່າຍທີ່ຟຸ້ມເຟືອຍເຫລົານັ້ນໄປໃສ່ໃນກະປຸກອອມເງິນ
ລົງທຶນ
ການລົງທຶນເປັນທາງເລືອກທີ່ດີອືກທາງໜຶ່ງ ເງິນເລັກໆໜ້ອຍໆຈາກການອອມເງິນອາດຈະປ່ຽນຊີວິດຂອງທ່ານໄດ້ເຊັ່ນກັນ
ແບ່ງປັນ
ຮ່ວມແບ່ງປັນສົ່ງມອບຄວາມຮັກ ຄວາມຫ່ວງໃຍໃຫ້ກັບຄົນອ້ອມຂ້າງ ການໃຫ້ຄືຄວາມສຸກທີ່ຍິ່ງໃຫຍ່ທັງຜູ້ໃຫ້ແລະຜູ້ຮັບ
ເລີ່ມທັນທີ
ສິ່ງທີ່ຍິ່ງໃຫຍ່ລ້ວນເລີ່ມຕົ້ນຈາກສິ່ງນ້ອຍໆ...ຮ່ວມເປັນສ່ວນໜຶ່ງຂອງໂຄງການເຮົາໄດ້ງ່າຍໆ ພຽງແຕ່ເລີ່ມຕົ້ນສະສົມເງິນ 70.000 ກີບ ຕໍ່ເດືອນ ແລະ ສົ່ງຕໍ່ຄວາມຮັກ, ຄວາມຫ່ວງໃຍ ແລະ ລະບຽບວິໄນການອອມເງິນທີ່ດີໃຫ້ກັບຄົນທີ່ທ່ານຮັກ